A theme of the age, at least in the developed world, is that people crave silence and can find none. The roar of traffic, the ceaseless beep of phones, digital announcements in buses and trains, TV sets blaring even in empty offices, are an endless battery and distraction. The human race is exhausting itself with noise and longs for its opposite—whether in the wilds, on the wide ocean or in some retreat dedicated to stillness and concentration. Alain Corbin, a history professor, writes from his refuge in the Sorbonne, and Erling Kagge, a Norwegian explorer, from his memories of the wastes of Antarctica, where both have tried to escape.
And yet, as Mr Corbin points out in "A History of Silence", there is probably no more noise than there used to be. Before pneumatic tyres, city streets were full of the deafening clang of metal-rimmed wheels and horseshoes on stone. Before voluntary isolation on mobile phones, buses and trains rang with conversation. Newspaper-sellers did not leave their wares in a mute pile, but advertised them at top volume, as did vendors of cherries, violets and fresh mackerel. The theatre and the opera were a chaos of huzzahs and barracking. Even in the countryside, peasants sang as they drudged. They don’t sing now.
What has changed is not so much the level of noise, which previous centuries also complained about, but the level of distraction, which occupies the space that silence might invade. There looms another paradox, because when it does invade—in the depths of a pine forest, in the naked desert, in a suddenly vacated room—it often proves unnerving rather than welcome. Dread creeps in; the ear instinctively fastens on anything, whether fire-hiss or bird call or susurrus of leaves, that will save it from this unknown emptiness. People want silence, but not that much. | ຢ່າງໜ້ອຍໃນປະເທດທີ່ພັດທະນາແລ້ວ, ແກ່ນແທ້ຂອງຊີວິດຄືຄົນເຮົາປາດຖະໜາຄວາມສະຫງົບ, ແຕ່ກໍ່ບໍ່ສາມາດພົບມັນໄດ້ເລີຍ. ສຽງຟົດສະນັ່ນຂອງການຈະລາຈອນ, ສຽງເຕືອນໂທລະສັບທີ່ດັງຢູ່ຕະຫຼອດເວລາ, ສຽງປະກາດຢູ່ເທິງລົດເມ ແລະ ລົດໄຟໂດຍບໍ່ຢຸດຢ່ອນ, ໂທລະພາບສົ່ງສຽງດັງເຖິງວ່າຢູ່ໃນສຳນັກງານທີ່ບໍ່ມີຄົນກໍ່ຕາມ ລ້ວນແລ້ວແຕ່ແມ່ນບາດແຜເຈັບແສບ ແລະ ສິ່ງລົບກວນຢ່າງບໍ່ມີທີ່ສິ້ນສຸດ. ເຜົ່າພັນມະນຸດອິດເມື່ອຍໂຮຍແຮງຍ້ອນສຽງບົນແຊວ ແລະ ປາດຖະໜາໃນສິ່ງທີ່ກົງກັນຂ້າມ—ບໍ່ວ່າຈະຢູ່ໃນສະຖານທີ່ອັນຫ່າງໄກ, ໃນມະຫາສະມຸດອັນກວ້າງໃຫຍ່ໄພສານ ຫຼື ໃນສະຖານທີ່ງຽບສະຫງົບນິ້ງ ແລະ ມີຄວາມໜ້າສົນໃຈ. ທ່ານ Alain Corbin, ສາດສະດາຈານດ້ານປະຫວັດສາດ, ໄດ້ຂຽນເລື່ອງລາວຈາກສະຖານທີ່ຫຼົບໄພຂອງລາວໃນເມືອງ Sorbonne ແລະ ທ່ານ Erling Kagge, ນັກສຳຫຼວດຊາວນໍເວ, ໄດ້ຂຽນເລື່ອງລາວຈາກຄວາມຊົງຈຳຂອງລາວໃນດິນແດນອັນແສນເປົ່າແປນຂອງທະວີບອັງຕາກຕິກ, ເຊິ່ງເປັນບ່ອນທີ່ທັງສອງພະຍາຍາມຫຼົບໜີອອກມາ. ແລະ ທ່ານ Corbin ໄດ້ກ່າວໃນປຶ້ມ "A History of Silence" ວ່າ: ມັນອາດຈະບໍ່ມີສຽງບົນແຊວຄືແບບທີ່ເຄີຍເປັນອີກແລ້ວ. ກ່ອນທີ່ຈະມີສຽງຕີນລົດແລ່ນ, ຖະໜົນໃນຕົວເມືອງເຕັມໄປດ້ວຍສຽງອຶກກະທຶກຈາກກົງລໍ້ເຫຼັກ ແລະ ສຽງເກີບມ້າກະທົບໃສ່ຫີນ. ກ່ອນທີ່ຈະມີໂລກສ່ວນຕົວກັບໂທລະສັບມືຖື, ໃນລົດເມ ແລະ ລົດໄຟເຕັມໄປດ້ວຍສຽງຜູ້ຄົນໂອ້ລົມກັນ. ຄົນຂາຍໜັງສືພິມບໍ່ໄດ້ກອງສິນຄ້າຂອງພວກເຂົາໄວ້ລ້າໆ ແຕ່ປ່າວໂຄສະນາໃຫ້ຫຼາຍທີ່ສຸດຄືກັບຄົນຂາຍໝາກເຊີລີ, ຄົນຂາຍດອກໄມ້ ແລະ ຄົນຂາຍປາສົດເຮັດ. ໂຮງລະຄອນ ແລະ ບົດຮ້ອງໂອເປຣາປຽບເໝືອນຄວາມສັບສົນວຸ້ນວາຍ ແລະ ຄ້າຍທະຫານ. ແມ່ນແຕ່ຢູ່ໃນເຂດຊົນນະບົດ, ຊາວໄຮ່ຊາວສວນເຄີຍຮ້ອງເພງມ່ວນຊື່ນຄືຕອນພວກເຂົາເຮັດວຽກໜັກ. ແຕ່ຕອນນີ້ກັບບໍ່ມີໃຜຮ້ອງເພງ. ສິ່ງທີ່ປ່ຽນແປງບໍ່ແມ່ນລະດັບຂອງສຽງບົນແຊວຄືດັ່ງທີ່ຫຼາຍສັດຕະວັດຜ່ານມາຕຳນິຕິຕຽນ, ແຕ່ແມ່ນລະດັບຂອງສິ່ງລົບກວນ ເຊິ່ງອາດຄືບຄານເຂົ້າມາປົກຄຸມພື້ນທີ່ສະຫງົບ. ເບິ່ງຄືມີຄວາມຂັດແຍ່ງເກີດຂຶ້ນ, ເພາະວ່າສິ່ງລົບກວນໄດ້ຄືບຄານເຂົ້າມາແລ້ວ—ໃນກາງປ່າຕົ້ນສົນ, ໃນທະເລຊາຍທີ່ເປົ່າແປນ, ຢູ່ໃນຫ້ອງທີ່ວ່າງເປົ່າ—ເຊິ່ງມັກຈະເຮັດໃຫ້ພວກເຮົາຫວາດຫວັ່ນຫຼາຍກວ່າເຕັມໃຈຍອມຮັບມັນ. ຄວາມຢ້ານກົວຫຍັບຈໍ້ມໍ່ເຂົ້າມາ; ຫູຂອງພວກເຮົາຮັບຟັງທຸກສິ່ງທຸກຢ່າງຕາມສັນຊາດຕະຍານ ບໍ່ວ່າຈະເປັນສຽງແປວໄຟ ຫຼື ສຽງນົກຮ້ອງ ຫຼື ສຽງທີ່ແຜ່ວເບົາ ເຊິ່ງຈະເຮັດໃຫ້ພົ້ນຈາກຄວາມວ່າງເປົ່າໂດຍບໍ່ຮູ້ທີ່ມານີ້. ຄົນເຮົາຕ້ອງການຄວາມສະຫງົບແຕ່ພໍປະມານເທົ່ານັ້ນ. |